skip to log on skip to main content
VoiceOver users please use the tab key when navigating expanded menus

ຜະລິດຕະພັນ

ລາວ | English

 

ໃນປະຈຸບັນ, ທະນາຄານເອເອັນແຊັດລາວໄດ້ໃຫ້ບໍລິການການທະນາຄານເພື່ອທຸລະກິດເຕັມຮູບແບບ ໂດຍໃຫ້ບໍລິການແກ່ລູກຄ້າທຸລະກິດລາຍໃຫຍ່ແລະລູກຄ້າທຸລະກິດລະຫວ່າງປະເທດ ແລະ ລູກຄ້າທຸລະກິດທີ່ມາຈາກປະເທດໂອສະຕາລີແລະນິວຊີແລນ, ນອກນີ້ແລ້ວຍັງໄດ້ໃຫ້ບໍລິການແກ່ສະຖາບັນການເງິນແລະຫົວໜ່ວຍທຸລະກິດອື່ນໆ.

ຜະລິດຕະພັນເງິນກູ້

ທະນາຄານເອເອັນແຊັດໄດ້ສະໜອງຜະລິດຕະພັນທີ່ຕົງກັບຄວາມຕ້ອງການຂອງລູກຄ້າໃນຫຼາຍໆຜະລິດຕະພັນເງິນກູ້ຜ່ານທີມບໍລິການໃນປະເທດແລະນັກວິຊາການທີ່ມີປະສົບການໃນຫ້ອງການພາກພື້ນ. ຈຸດແຂງຂອງພວກເຮົາແມ່ນມີທີມງານທີ່ມີຄວາມຮູ້ແລະຄວາມເຂົ້າໃຈຕໍ່ຕະຫຼາດໃນລາວເປັນຢ່າງດີເພື່ອຊ່ວຍໃຫ້ຄໍາແນະນໍາແກ່ລູກຄ້າແລະເຊື່ອມຕໍ່ກັບໜ່ວຍງານຂອງລັດທີ່ກ່ຽວຂ້ອງສໍາລັບລູກຄ້າທີ່ຈະດໍາເນີນທຸລະກິດໃນລາວ.

ລາຍລະອຽດເພີ່ມເຕີມ 

Markets

ທະນາຄານເອເອັນແຊັດລາວ ມີການສະໜອງຜະລິດຕະພັນການບໍລິການກ່ຽວກັບການ ຊື້-ຂາຍ ເງິນຕາຕ່າງປະເທດ ແລະ ຄຽງຄູ່ກັບການຊື້ຂາຍເງິນຕາປະຈໍາວັນແລ້ວ ໃນໄວໆນີ້ກໍ່ຈະມີຜະລິດຕະພັນອື່ນທີ່ຕອບສະໜອງຄວາມຕ້ອງການຂອງລູກຄ້າໃຫ້ຫຼາຍຂຶ້ນອີກ ແລະ ພວກເຮົາແມ່ນທະນາຄານມາດຕະຖານສາກົນທີ່ນໍາໜ້າໃນລາວ.

ລາຍລະອຽດເພີ່ມເຕີມ 

Transaction banking

ການບໍລິການດ້ານທຸລະກໍາການທະນາຄານເປັນໝາກຫົວໃຈຂອງການບໍລິການຂອງພວກເຮົາໂດຍເປົ້າໝາຍແມ່ນເພື່ອເຮັດໃຫ້ລູກຄ້າສາມາດເຂົ້າເຖິງການເຮັດທຸລະກໍາແລະຜະລິດຕະພັນຕ່າງໆຂອງທາງທະນາຄານໄດ້ໂດຍການສະໜອງທາງອອກແກ່ລູກຄ້າດ້ານ ການທະນາຄານເພື່ອການຄ້າ, ການບໍລິຫານເງິນສົດແລະການຈ່າຍ ໂດຍຜ່ານຫຼາຍຊ່ອງທາງແລະຫຼາຍສະກຸນເງິນ.

ລາຍລະອຽດເພີ່ມເຕີມ 

Top