skip to log on skip to main content
VoiceOver users please use the tab key when navigating expanded menus

ຜະລິດຕະພັນເງິນກູ້

ລາວ | English

 

ທະນາຄານເອເອັນແຊັດໄດ້ສະໜອງຜະລິດຕະພັນທີ່ຕົງກັບຄວາມຕ້ອງການຂອງລູກຄ້າໃນຫຼາຍໆຜະລິດຕະພັນເງິນກູ້ຜ່ານທີມບໍລິການໃນປະເທດແລະນັກວິຊາການທີ່ມີປະສົບການໃນຫ້ອງການພາກພື້ນ.

ຈຸດແຂງຂອງພວກເຮົາແມ່ນມີທີມງານທີ່ມີຄວາມຮູ້ແລະຄວາມເຂົ້າໃຈຕໍ່ຕະຫຼາດໃນລາວເປັນຢ່າງດີເພື່ອຊ່ວຍໃຫ້ຄໍາແນະນໍາແກ່ລູກຄ້າແລະເຊື່ອມຕໍ່ກັບໜ່ວຍງານຂອງລັດທີ່ກ່ຽວຂ້ອງສໍາລັບລູກຄ້າທີ່ຈະດໍາເນີນທຸລະກິດໃນລາວ.

ບໍລິການເງິນກູ້ໄລຍະສັ້ນ

ໂອເວີດຣາບ

ທະນາຄານເອເອັນແຊັດສາມາດສະໜອງເງິນກູ້ທີ່ມີຄວາມສະດວກແລະແຖດເໝາະກັບຄວາມຕ້ອງການຂອງລູກຄ້າທີ່ຕ້ອງການເງິນກູ້ໃນໄລຍະສັ້ນຫຼືຕໍ່າກ່ວາ 1 ປີໄດ້. ທ່ານສາມາດນໍາໃຊ້ເງິນສູງສຸດເຖິງວົງເງິນທີ່ອານຸມັດຫຼືສູງສຸດເຖິງຈໍານວນເງິນຝາກທີ່ມີໃນບັນຊີ, ອັດຕາດອກເບ້ຍແມ່ນຄິດໄລ່ຕາມຈໍານວນທີ່ນໍາໃຊ້ຕົວຈິງເປັນລາຍວັນແລະດອກເບ້ຍຖືກຕັດມື້ສຸດທ້າຍຂອງເດືອນ.

ຜົນປະໂຫຍດທີ່ກ່ຽວຂ້ອງ

  • ມີຄວາມສະດວກ ແລະ ປະຢັດເວລາ ເຮັດໃຫ້ລູກຄ້າເຂົ້າເຖິງກະແສເງິນສົດໄດ້ຖ່ວງທັນກັບຄວາມຕ້ອງການ.
  • ການຊໍາລະຄືນສາມາດເຮັດໄດ້ງ່າຍໆຜ່ານບັນຊີກະແສລາຍວັນທີ່ມີຢູ່ຂອງລູກຄ້າ.
  • ສາມາດສະໜອງຄວາມຕ້ອງການຂອງລູກຄ້າໄດ້ທັນການ ໂດຍສະເພາະແມ່ນທຸລະກໍາທາງການເງິນທີ່ກ່ຽວພັນກັບທຶນໝູນວຽນຂອງວິສາຫະກິດ.

 

ເງິນກູ້ໝູນວຽນເພື່ອການຄ້າ

ທະນາຄານເອເອັນແຊັດສາມາດສະໜອງເງິນກູ້ໝູນວຽນເພື່ອການຄ້າໃຫ້້ບໍລິສັດໃນໄລຍະສັ້ນເພື່ອຕອບສະໜອງກັບການບໍລິຫານກະແສເງິນສົດຂອງລູກຄ້າໄດ້. ໄລຍະຂອງສັນຍາແມ່ນລະຫວ່າງ 1ເດືອນ ຫາ 12 ເດືອນ ຂື້ນກັບຮອບວຽນກະແສເງິນສົດທາງທຸລະກິດຂອງລູກຄ້າ ແລະ ອັດຕາດອກເບ້ຍແມ່ນຈະຖືກຄິດໄລ່ຫຼັງຈາກທີ່ລູກຄ້ານໍາໃຊ້ເງິນແລ້ວເທົ່ານັ້ນ. ຜະລິດຕະພັນນີ້ແມ່ນສ່ວນໃຫຍ່ຈະຖືກນໍາໃຊ້ກັບການສະໜອງທຶນໝູນວຽນເພື່ອການຄ້າ.

ຜົນປະໂຫຍດທີ່ກ່ຽວຂ້ອງ

  • ມີຄວາມສະດວກ ແລະ ປະຢັດເວລາ ເຮັດໃຫ້ລູກຄ້າເຂົ້າເຖິງກະແສເງິນສົດໄດ້ຖ່ວງທັນກັບຄວາມຕ້ອງການ.
  • ອັດຕາດອກເບ້ຍຄົງທີ່ສໍາລັບຊ່ວງໄລະຍະທີ່ມີການນໍາໃຊ້ເງິນແຕ່ລະຄັ້ງ.

ບໍລິການເງິນກູ້ ໄລຍະກາງຫາໄລຍະຍາວ

ເງິນກູ້ໄລຍະກາງ ແລະ ໄລຍະຍາວ

ໄລຍະເວລາສັນຍາເງິນກູ້ຂອງທະນາຄານເອເອັນແຊັດສໍາລັບຜະລິດຕະພັນນີ້ແມ່ນຊ່ວງໄລຍະເວລາ 1ປີ ຫາ 3ປີ ເປັນຜະລິດຕະພັນທີ່ມີຄວາມຫຼາກຫຼາຍສໍາລັບຫົວໜ່ວຍທຸລະກິດແລະສ່ວນໃຫຍ່ ເງິນກູ້ນີ້ແມ່ນເພື່ອສະໜອງການລົງທຶນດ້ານຊັບສິນຄົງທີ່ຂອງລູກຄ້າ, ການກູ້ຢືມນີ້ສາມາດເປັນເບື້ອງການລົງທຶນດ້ານຊັນສິນຂອງລູກຄ້າຕໍ່ກັບເງິນກູ້ຢືມເພື່ອທຶນຈົດທະບຽນ. ການຊໍາລະຄຶນຂອງເງິນກູ້ຢືມນີ້ສ່ວນຫຼາຍແມ່ນມາຈາກກະແສ່ເງິນສົດຕໍ່ກັບທຸລະກິດຂອງລູກຄ້າ.

ຜົນປະໂຫຍດທີ່ກ່ຽວຂ້ອງ

  • ບໍ່ໄດ້ຈໍາກັດວົງເງິນສູງສຸດ, ການອະນຸມັດແມ່ນຂຶ້ນກັບຫຼັກຊັບແລະທຸລະກິດຂອງລູກຄ້າ.
  • ເງື່ອນໄຂທີ່ມີຄວາມຍື່ດຍຸ່ນເພື່ອໃຫ້ແທດເໝາະກັບທຸລະກິດຂອງທ່ານ.
  • ການບໍລິຫານສະພາບຄ່ອງທີ່ມີຄວາມສະຖຽນຂຶ້ນຕໍ່ກະແສ່ເງິນສົດຂອງທຸລະກິດຂອງທ່ານ.

 

ເງິນກູ້ຮ່ວມທະນາຄານ

ທະນາຄານເອເອັນແຊັດລາວເປັນຜູ້ປະສານງານກັບກຸ່ມທະນາຄານຂອງເອເອັນແຊັດໃນພາກພື້ນເພື່ອເປັນທະນາຄານຫຼັກ, ທະນາຄານນາຍໜ້າ ຫຼື ທະນາຄານຄໍ້າປະກັນ ໃນການບໍລິຫານແລະສະໜອງເງິນກູ້ຈໍານວນຫຼາຍແກ່ລູກຄ້າໂດຍເງິນກູ້ປະເພດນີ້ແມ່ນການລວມກັນສະໜອງໂດຍຫຼາຍທະນາຄານຕໍ່ສັນຍາດຽວກັນ. ສ່ວນໃຫຍ່ເງິນກູ້ຈໍານວນຫຼາຍແມ່ນນໍາໃຊ້ວົງເງິນທີ່ມີຈໍານວນຫຼວງຫຼາຍແລະປະກອບມີຫຼາຍຂັ້ນຕອນ.

ຜົນປະໂຫຍດທີ່ກ່ຽວຂ້ອງ

  • ບໍ່ໄດ້ຈໍາກັດວົງເງິນສູງສຸດ, ການອະນຸມັດແມ່ນຂຶ້ນກັບຫຼັກຊັບແລະທຸລະກິດຂອງລູກຄ້າ.
  • ເງື່ອນໄຂທີ່ມີຄວາມຍື່ດຍຸ່ນເພື່ອໃຫ້ແທດເໝາະກັບທຸລະກິດຂອງທ່ານ.
  • ການບໍລິຫານສະພາບຄ່ອງທີ່ມີຄວາມສະຖຽນຂຶ້ນຕໍ່ກະແສ່ເງິນສົດຂອງທຸລະກິດຂອງທ່ານ.
Top