skip to log on skip to main content
VoiceOver users please use the tab key when navigating expanded menus

ການບໍລິການ ຊື້-ຂາຍ ເງິນຕາຕ່າງປະເທດ

ລາວ | English

 

ທະນາຄານເອເອັນແຊັດລາວ ມີການສະໜອງຜະລິດຕະພັນການບໍລິການກ່ຽວກັບການ ຊື້-ຂາຍ ເງິນຕາຕ່າງປະເທດ ແລະ ຄຽງຄູ່ກັບການຊື້ຂາຍເງິນຕາປະຈໍາວັນແລ້ວ ໃນໄວໆນີ້ກໍ່ຈະມີຜະລິດຕະພັນອື່ນທີ່ຕອບສະໜອງຄວາມຕ້ອງການຂອງລູກຄ້າໃຫ້ຫຼາຍຂຶ້ນອີກ ແລະ ພວກເຮົາແມ່ນທະນາຄານມາດຕະຖານສາກົນທີ່ນໍາໜ້າໃນລາວ.

ການ ຊື້-ຂາຍ ເງິນຕາຕ່າງປະເທດ

ທະນາຄານເອເອັນແຊັດ ເປັນນຶ່ງໃນຜູ້ນໍາດ້ານການໃຫ້ບໍລິການ ການ ຊື້-ຂາຍ ເງິນຕາຕ່າງປະເທດໃນຕະຫຼາດໂລກ, ພວກເຮົາໄດ້ຖືກຍອມເຮົາຈາກບັນດາລູກຄ້າຫົວໜ່ວຍທຸລະກິດທົ່ວໂລກເຖິງມາດຕະຖານການບໍລິການແລະຄວາມເຂົ້າໃຈຕໍ່ກັບກົນໄກຂອງຕະຫຼາດສາກົນ.

ໃນປະເທດລາວ, ພວກເຮົາແມ່ນເປັນນຶ່ງໃນທະນາຄານທີ່ນໍານ້າດ້ານການ ຊື້-ຂາຍ ເງິນຕາຕ່າງປະເທດ ທີ່ມີປະສົບການໃນລາວຫຼາຍກ່ວາ 10 ປີ ພວກເຮົາມີທີມງານແລະຜະລິດຕະພັນທີ່ສົມບູນແບບທີ່ຈະສະໜອງແກ່ລູກຄ້າທຸລະກິດພາຍໃນແລະລູກຄ້າທຸລະກິດລະຫວ່າງປະເທດ, ສະຖາບັນການເງິນແລະຜູ້ລົງທຶນຈາກຕ່າງປະເທດ.

ໂດຍທີມງານທີ່ມີປະສົບການແລະຄວາມສາມາດຂອງພວກເຮົາສາມາດສະໜອງການບໍລິການດ້ານນີ້ຢ່າງວ່ອງໄວເພື່ອໃຫ້ແຖດເໝາະກັບຄວາມຕ້ອງການຂອງທ່ານ.

Top